电话:+8562095921510 邮箱:164401628@qq.com 微信:Johnforever8989 ແຈ້ງການ ລູກຄ້າທີ່ຮັກແພງ: ເນື່ອງຈາກສະຖານະການການລະບາດທີ່ຮ້າຍແຮງໃນປະຈຸບັນ, ອີງຕາມຄວາມຕ້ອງການປ້ອງກັນ ແລະ ຄວບຄຸມການລະບາດຂອງໂຄວິດ, ປະຈຸບັນບໍລິສັດຂອງພວກເຮົາໄດ້ປັບປ່ຽນການໃຫ້ບໍລິການ, ໂດຍຮຽກຮ້ອງໃຫ້ລູກຄ້າ ແລະ ເພື່ອນໆທຸກທ່ານກະລຸນາເຂົ້າໃຈ ແລະ ໃຫ້ຄວາມຮ່ວມມືດ້ວຍ. 1.ນັບແຕ່ມື້ນີ້ເປັນຕົ້ນໄປ ບໍລິສັດຂອງພວກເຮົາຈະຈັດແຈງການບໍລິການຈັດສົ່ງສິນຄ້າຢູ່ໜ້າປະຕູທາງເຂົ້າສາງ ໂດຍອີງຕາມສະພາບການລະບາດ. ຖ້າລູກຄ້າຕ້ອງການສິນຄ້າດ່ວນ, ສາມາດນັດລ່ວງໜ້າໄດ້ (ຢ່າງໜ້ອຍນັດລ່ວງໜ້າ 1 ຊົ່ວໂມງ). ຖ້າລົດຕູ້ຄອນເທນເນີມາຮອດໃນມື້ດຽວກັນ, ການບໍລິການຮັບເຄື່ອງຈະຖືກໂຈະຊົ່ວຄາວຈົນກ່ວາ ຈະເອົາສິນຄ້າລົງແລ້ວ. (ໂດຍທົ່ວໄປ, ສິນຄ້າສາມາດເອົາລົງແລ້ວໃນຕອນເຊົ້າ) ຫຼັງຈາກການຂົນສົ່ງສຳເລັດແລ້ວ, ບໍລິສັດຂອງພວກເຮົາຈະແຈ້ງໃຫ້ລູກຄ້າເລືອກເອົາສິນຄ້າ ແລະ ຈັດເວລາສະເພາະ ສຳລັບການຮັບສິນຄ້າ. ສອບຖາມໂທລະສັບ: 030-5718082 / ສາຍດ່ວນ: 021-618188 2. ບໍລິສັດຂອງພວກເຮົາຈະກະກຽມສິນຄ້າລ່ວງໜ້າ ແລະ ພະນັກງານຈະວາງສິນຄ້າໃນບໍລິເວນທີ່ໄດ້ກຳນົດໄວ້ໃນເດີ່ນສິນຄ້າ, ແລະ ທຳການຂ້າເຊື້ອເປັນທີ່ຮຽບຮ້ອຍ ເພື່ອລໍຖ້າໃຫ້ລູກຄ້າມາຮັບສິນຄ້າ. ຂໍໃຫ້ລູກຄ້າທຸກຄົນ ປະຕິບັດ ຢ່າງເຂັ້ມງວດ ຕາມພື້ນທີ່ກຳນົດໂດຍບໍລິສັດຂອງພວກເຮົາ ແລະ ຢ່າຂ້າມເສັ້ນ. 3. ລູກຄ້າທີ່ຕ້ອງການມາຮັບສິນຄ້າ, ກະລຸນາກຽມອຸປະກອນການຈ່າຍເງິນຜ່ານທາງອິນເຕີເນັດ ເຊັ່ນ: ຜ່ານWechat, zhifubao, One play(BCEL). ເພາະວ່ານັບແຕ່ມື້ນີ້ເປັນຕົ້ນໄປບໍລິສັດຂອງພວກເຮົາຈະຢຸດຮັບເງິນສົດ. ເພື່ອຄວາມປອດໄພຂອງທ່ານ ແລະ ຂອງພວກເຮົາດ້ວຍ!
联系我时,请说是在老挝58同城·老挝同城·海外58看到的,谢谢!












