欢迎来到老挝58同城·老挝同城·海外58!
老挝
切换分站
    老挝政府将采取一切措施到2022年使老挝经济增长4.5%
    分享  | 2022-06-04 09:56:16发布 次浏览 信息编号:3437
  • 置顶
  • 收藏  |
  • 删除  |
  • 修改  |
  • 举报  |
老挝政府将采取一切措施到2022年使老挝经济增长4.5%
  • 地址:老挝 103.95.25.* wap
    • 电话:**** 点击查看完整号码
      • 老挝58同城·老挝同城·海外58提醒您:让你提前汇款,或者价格明显低于市价,均有骗子嫌疑,不要轻易相信。
  • 信息详情
一名女性银行员工和她的同事在老挝人民民主共和国的一家银行工作。

老挝政府将采取一切可能的措施,到2022年使老挝经济增长4.5%,高于世界银行估计的3.8%。Songrit Pongern 从曼谷报道。


ທ່ານບຸນໂຈມ ອຸບົນປະເສີດ, ລັດຖະມົນຕີກະຊວງການເງິນຖະແຫຼງວ່າ ລັດຖະ ບານລາວໄດ້ເພີ້ມຄາດໝາຍການຂະຫຍາຍໂຕທາງເສດຖະກິດໃນປີ 2022 ນີ້ຈາກລະດັບ 4.2 ເປີເຊັນ ມາເປັນ 4.5 ເປີເຊັນ ໂດຍຈະດໍາເນີນການມາດຕະ ການ ເພື່ອເຮັດໃຫ້ສາມາດບັນລຸຄາດໝາຍດັ່ງກ່າວ ໃຫ້ໄດ້ຢ່າງແທ້ຈິງ ອັນຈະເຮັດໃຫ້ຍອດຜະລິດຕະພັນລວມພາຍໃນຫຼື GDP ມີມູນຄ່າລວມ 205,285 ຕື້ກີບ ຫຼືຄິດສະເລ່ຍເປັນລາຍຮັບຂອງປະຊາຊົນລາວທີ່ລະດັບ 2,674 ໂດລາຕໍ່ຄົນຕໍ່ປີແລະຄາດໝາຍວ່າລັດຖະບານລາວຈະເກັບລາຍຮັບໄດ້ເຖິງ 16.44 ເປີ ເຊັນຂອງ GDP ຫຼືຄວບຄຸມການຂາດດຸນງົບປະມານ ໃຫ້ຢູ່ໃນລະດັບ ບໍ່ເກີນ 18.05 ເປີເຊັນຂອງ GDP ຫຼືຄວບຄຸມການຂາດດຸນງົບປະມານໃຫ້ຢູ່ໃນລະດັບບໍ່ເກີນ

但尽管如此,要实现这样的目标,在对外贸易和投资中尚待确认,对老挝的对外贸易和投资将得到确认

“一是智慧农业,二是农产品加工,三是与教育、健康、美容有关的教育。

ສ່ວນທ່ານ Albert Park ຫົວໜ້ານັກເສດຖະສາດ ໃນທະນາຄານພັດທະນາແຫ່ງເອເຊຍ ຫຼື ADB ໄດ້ໃຫ້ການຄາດໝາຍວ່າ ເສດຖະກິດໃນອາຊຽນໃນປີ 2022 ຈະຂະຫຍາຍໂຕທີ່ລະດັບສະເລ່ຍ 5.1 ເປີເຊັນ ໝາຍຄວາມວ່າ GDP ຂອງລາວຂະຫຍາຍໂຕໃນລະດັບທີ່ຕໍ່າກວ່າລະດັບສະເລ່ຍໃນອາຊຽນ ທາງດ້ານທະນາຄານໂລກນັ້ນໄດ້ໃຫ້ການຄາດໝາຍວ່າ GDP ຂອງລາວໃນປີ 2022 ນີ້ຈະຂະຫຍາຍໂຕ ທີ່ລະດັບ 3.8 ເປີເຊັນເທົ່ານັ້ນ ໂດຍນອກຈາກຈະເປັນຜົນກະ ທົບຈາກການລະບາດໄວຣັສໂຄວິດ-19 ແລ້ວ ກໍຍັງໄດ້ຮັບຜົນກະທົບ ຈາກສົງ ຄາມລະຫວ່າງ ຣັດເຊຍ ກັບ ຢູເຄຣນ ອີກດ້ວຍ, ເຊິ່ງເຫັນໄດ້ຈາກການຂາດດຸນການຄ້າທີ່ເຮັດໃຫ້ລາວຕ້ອງປະເຊີນກັບບັນຫາການຂາດດຸນການຊໍາລະບັນຊີເງິນຕາຕ່າງປະເທດໃນລະດັບເກີນກວ່າ 10 ເປີເຊັນຂອງ GDP ອັນເຮັດໃຫ້ລັດຖະບານລາວມີທຶນສໍາຮອງເງິນຕາທີ່ສາມາດນໍາເຂົ້າສິນຄ້າຈາກຕ່າງປະເທດໄດ້ພຽງແຕ່ 1 ເດືອນເຄິ່ງເທົ່ານັ້ນ ເຊິ່ງລວມເຖິງບັນຫາຂາດແຄນນໍ້າມັນຢ່າງ ໜັກໜ່ວງໃນປັດຈຸບັນນີ້ດ້ວຍ ເພາະວ່າທະນາຄານແຫ່ງຊາດລາວບໍ່ສາມາດສະໜອງເງິນຕາໃຫ້ແກ່ບັນດາບໍລິສັດທີ່ນໍາເຂົ້ານໍ້າມັນຈາກຕ່າງປະເທດໄດ້ເລີຍນັ້ນເອງ.

ພາຍໃຕ້ສະພາບການດັ່ງກ່າວ ຈຶ່ງເຮັດໃຫ້ທ່ານພັນຄໍາ ວິພາວັນ ນາຍົກລັດຖະ ມົນຕີ ໄດ້ອອກຄໍາສັ່ງມອບໝາຍໃຫ້ກະຊວງແຜນການ ແລະການລົງທຶນ ເປັນພາກສ່ວນທີ່ຮັບຜິດຊອບໃນການປະສານການຮ່ວມມືກັບທຸກພາກສ່ວນທີ່ຮັບຜິດ ຊອບໃນການປະສານການຮ່ວມມືກັບທຸກພາກສ່ວນໃນທົ່ວປະເທດ ເພື່ອດໍາເນີນການປັບປຸງວຽກງານທຸກດ້ານທີ່ກ່ຽວຂ້ອງກັບການອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດການຄ້າ ການລົງທຶນ ແລະການບໍລິການ ໂດຍສະເພາະແມ່ນໃນດ້ານນິຕິກໍາ ແລະຄວາມອາດສາມາດຂອງທຸລະກິດເອກະຊົນລາວ ເພື່ອຍົກລະດັບຂອງລາວ ໃນການເປັນປະເທດທີ່ໜ້າລົງທຶນໃຫ້ສູງຂຶ້ນ ແລະສາມາດເຊື່ອມໂຍງກັບສາກົນໄດ້ຢ່າງມີປະສິດທິພາບສູງດ້ວຍ.

ໂດຍທະນາຄານໂລກ ໄດ້ຈັດໃຫ້ລາວເປັນປະເທດທີ່ໜ້າລົງທຶນອັນດັບທີ 154 ຈາກ 190 ປະເທດໃນທົ່ວໂລກທີ່ເປັນການພິຈາລະນາຈາກຄວາມຍາກ–ງ່າຍຂອງການເລີ້ມຕົ້ນດໍາເນີນທຸລະກິດ ການຂໍອະນຸຍາດກໍ່ສ້າງສໍານັກງານ ການຕອບສະໜອງພະລັງງານໄຟຟ້າ ການແຈ້ງຈົດທະບຽນສິນຊັບ ການເຂົ້າເຖິງສິນເຊື່ອ ການບັງຄັບສັນຍາລົງທຶນ ແລະການຕັດສິນໃນກໍລະນີລົ້ມລະລາຍ ໂດຍລາວໄດ້ຄະແນນສະເລ່ຍ 50.8 ເປີເຊັນທີ່ມີ 2 ດ້ານທີ່ໄດ້ປັບປຸງດີຂຶ້ນ ກໍຄືການເລີ້ມຕົ້ນດໍາເນີນທຸລະກິດ ແລະການຕອບສະໜອງໄຟຟ້າ ສ່ວນການຕັດສິນໃນກໍລະນີລົ້ມລະລາຍ ແລະການຄຸ້ມຄອງນັກລົງທຶນຕ່າງຊາດໃນລາວນັ້ນ ຈະຕ້ອງໄດ້ຮັບການປັບປຸງຢ່າງຮີບດ່ວນທີ່ສຸດ.



联系我时,请说是在老挝58同城·老挝同城·海外58看到的,谢谢!
58租车贵庭集团华悦居

评论功能已关闭

  • 您可能感兴趣
查看更多
    小贴士:本页信息由用户及第三方发布,真实性、合法性由发布人负责,请仔细甄别。
  • 用户级别:新手上路
  • 信用等级:信用值:1

    未上传身份证认证 未上传身份证认证

    未上传营业执照认证 未上传营业执照认证

热门分站
  • 暂无热门分站信息!